LOOLao Operational OS
loolao.com ↗
ໂມດູນ 3 · ສຳລັບຄົນຂັບ

ການດຳເນີນງານ — ແຜນສົ່ງ

ໂມດູນ ການດຳເນີນງານ ປະກອບດ້ວຍ ແຜນສົ່ງ, ຂາຍນ້ຳ ແລະ ລູກຄ້າຄືນຖັງ. ພາກນີ້ເລີ່ມທີ່ ແຜນສົ່ງ — ຕັ້ງແຕ່ເບິ່ງແຜນສົ່ງຂອງທ່ານມື້ນີ້ ໄປຈົນເຖິງການບັນທຶກ order ແຕ່ລະລາຍການດ້ວຍ 3 ປຸ່ມ: ບັນທຶກການສົ່ງ, ສົ່ງບໍ່ໄດ້ ແລະ ຍົກເລີກ.

ໝາຍເຫດ: ຂາຍນ້ຳ ແລະ ລູກຄ້າຄືນຖັງ ຈະອະທິບາຍໃນພາກຕໍ່ໄປ. ພາກນີ້ໂຟກັສທີ່ ແຜນສົ່ງ ກ່ອນ.

1 ເປີດເມນູ → “ແຜນສົ່ງ”

ກົດປຸ່ມເມນູ (☰) ແລ້ວໃນໝວດ “ການດຳເນີນງານ” ເລືອກ “ແຜນສົ່ງ”.

ເມນູ ການດຳເນີນງານ 1
ໝວດ ການດຳເນີນງານ
1

“ແຜນສົ່ງ”

ກົດເພື່ອເປີດແຜນສົ່ງຂອງທ່ານ. (ໝວດນີ້ຍັງມີ ລູກຄ້າ, ອໍເດີ, ຂາຍນ້ຳ, ລູກຄ້າຄືນຖັງ, ໂປຣໂມຊັນ).

2 ເບິ່ງ “ແຜນສົ່ງ” ຂອງທ່ານມື້ນີ້

ລະບົບຈະສະແດງ ແຜນສົ່ງຂອງທ່ານໃນມື້ນີ້ — ມີສະຫຼຸບຈຳນວນ order, ຄວາມຄືບໜ້າ ແລະ ລາຍການຮ້ານທີ່ຕ້ອງສົ່ງ.

ແຜນສົ່ງມື້ນີ້ 1 2
ແຜນສົ່ງມື້ນີ້
1

ສະຫຼຸບແຜນສົ່ງ

ວັນທີ · ຄວາມຄືບໜ້າ (ສົ່ງແລ້ວ 0/5) · ຈຳນວນແຜນສົ່ງ.

2

ແຜນຂອງທ່ານ

ຊື່ຄົນຂັບ · ເລກລົດ · ຈຳນວນຈຸດ. ດ້ານລຸ່ມຄືລາຍການຮ້ານທີ່ຕ້ອງສົ່ງ.

ບໍ່ເຫັນແຜນສົ່ງ? ໃຫ້ແຈ້ງ ທາງຮ້ານ ຫຼື ແອັດມິນ ເພື່ອສ້າງແຜນສົ່ງໃຫ້ທ່ານກ່ອນ.

3 ກົດ “ເລີ່ມຈັດສົ່ງ”

ເມື່ອເຫັນແຜນສົ່ງຂອງທ່ານແລ້ວ ເລື່ອນລົງໄປດ້ານລຸ່ມສຸດ ຈະເຫັນປຸ່ມ “ເລີ່ມຈັດສົ່ງ” — ກົດເພື່ອເລີ່ມບັນທຶກ order.

ປຸ່ມເລີ່ມຈັດສົ່ງ 1
ແຖບລຸ່ມ — ເລີ່ມຈັດສົ່ງ
1

ປຸ່ມ “ເລີ່ມຈັດສົ່ງ”

ເລີ່ມຮອບສົ່ງ ແລ້ວບັນທຶກເທື່ອລະ order ໄດ້ເລີຍ. (ປຸ່ມ “ຈັດການຮອບສົ່ງ” ໃຊ້ຈັດການຮອບ).

4 ເປີດ order — ລາຍລະອຽດ + 3 ປຸ່ມ

ກົດເຂົ້າໄປທີ່ລາຍການໃນແຜນສົ່ງ ຈະເຫັນ ໜ້າລາຍລະອຽດ order ພ້ອມປຸ່ມ 3 ປຸ່ມດ້ານລຸ່ມ. ແຕ່ລະປຸ່ມມີໜ້າທີ່ຕ່າງກັນ:

ລາຍລະອຽດ order 1 2 3
ລາຍລະອຽດ order + 3 ປຸ່ມ
1

ບັນທຶກການສົ່ງ

ບັນທຶກວ່າສົ່ງສຳເລັດ — ປ້ອນຈຳນວນ, ການຊຳລະ ແລະ ຫຼັກຖານ (ເບິ່ງຂັ້ນ 5).

2

ສົ່ງບໍ່ໄດ້

ກໍລະນີສົ່ງບໍ່ໄດ້ ເຊັ່ນ ລູກຄ້າບໍ່ຢູ່ບ້ານ, ທາງຕັນ (ເບິ່ງຂັ້ນ 6).

3

ຍົກເລີກ

ຍົກເລີກ order ນີ້ຖາວອນ (ເບິ່ງຂັ້ນ 7).

5 ປຸ່ມ “ບັນທຶກການສົ່ງ”

ໃຊ້ເມື່ອ ສົ່ງສຳເລັດ. ໜ້າຕາຟອມຈະ ຕ່າງກັນຕາມປະເພດລູກຄ້າ — ລູກຄ້າໃໝ່ (ຮອບທຳອິດ) ແລະ ລູກຄ້າປະຈຳ.

5.1 ລູກຄ້າໃໝ່ — ຮອບທຳອິດ (ສົ່ງຈິງ)

ຖ້າເປັນ ລູກຄ້າໃໝ່ສົ່ງຮອບທຳອິດ ຊ່ອງປ້ອນຈະຂຶ້ນເປັນ “ສົ່ງຈິງ” ກ່ອນ — ເພາະເປັນລູກຄ້າໃໝ່ ຍັງບໍ່ມີຕຸກເປົ່າໃຫ້ຮັບຄືນ. ຮອບທຳອິດຈະເກັບເງິນ ຄ່າສິນຄ້າ + ຄ່າມັດຈຳ.

ບັນທຶກການສົ່ງ ລູກຄ້າໃໝ່ ຮອບທຳອິດ 1 2 3
ລູກຄ້າໃໝ່ — ຮອບທຳອິດ
1

ປ້າຍ “ລູກຄ້າໃໝ່ — ຮອບທຳອິດ”

ບອກວ່າເປັນລູກຄ້າໃໝ່ ສົ່ງຄັ້ງທຳອິດ.

2

ຊ່ອງ “ສົ່ງຈິງ”

ໃສ່ຈຳນວນຕຸກທີ່ສົ່ງຈິງ. ບໍ່ມີຊ່ອງຮັບຕຸກເປົ່າ ເພາະລູກຄ້າໃໝ່ຍັງບໍ່ມີຕຸກຄືນ.

3

ຍອດເງິນ = ຄ່າສິນຄ້າ + ຄ່າມັດຈຳ

ຮອບທຳອິດເກັບທັງຄ່າສິນຄ້າ ແລະ ຄ່າມັດຈຳຕຸກ (ຕົວຢ່າງ 28,000 + 50,000 = 78,000 ₭).

5.2 ລູກຄ້າປະຈຳ — ໝູນວຽນ (ຮັບຕຸກເປົ່າກ່ອນ)

ຖ້າເປັນ ລູກຄ້າປະຈຳ ຈະຂຶ້ນຊ່ອງ “ຮັບເປົ່າຄືນ” ກ່ອນ (ຮັບຕຸກເປົ່າຄືນຈາກລູກຄ້າ). ຮອບໝູນວຽນເກັບເງິນ ຄ່າສິນຄ້າເທົ່ານັ້ນ. ຫາກລູກຄ້າຢາກເພີ່ມມັດຈຳ ໃຊ້ປຸ່ມ “ມັດຈຳເພີ່ມ” ດ້ານເທິງ.

ບັນທຶກການສົ່ງ ລູກຄ້າປະຈຳ 1 2 3
ລູກຄ້າປະຈຳ — ຮອບໝູນວຽນ
1

ປຸ່ມ “ມັດຈຳເພີ່ມ”

ໃຊ້ເມື່ອລູກຄ້າຢາກເພີ່ມມັດຈຳຈາກເດີມ ເຊັ່ນ ເຄີຍມັດຈຳ 5 ຕຸກ ຢາກເພີ່ມອີກ 2 ເປັນ 7 ຕຸກ.

2

ຊ່ອງ “ຮັບເປົ່າຄືນ” (ສູງສຸດ 5)

ໃສ່ຈຳນວນຕຸກເປົ່າທີ່ຮັບຄືນຈາກລູກຄ້າ. ຊ່ອງ “ສົ່ງຈິງ” ຢູ່ຂວາ.

3

ຮອບໝູນວຽນ = ຄ່າສິນຄ້າເທົ່ານັ້ນ

ບໍ່ເກັບມັດຈຳເພີ່ມ · ຕຸກລູກຄ້າຍັງເທົ່າເດີມ (ຕົວຢ່າງ 5 ໃບ).

5.3 ໂປຣໂມຊັນ · ຫຼັກຖານ (POD) · ການຊຳລະ

ເລື່ອນລົງຕໍ່: ເລືອກ ໂປຣໂມຊັນ (ຖ້າມີ), ແນບ ຫຼັກຖານການສົ່ງ (POD) — ຮູບຖັງ ແລະ ລາຍເຊັນລູກຄ້າ (ບໍ່ບັງຄັບ), ເລືອກ ວິທີການຊຳລະ ແລ້ວກົດ “ຢືນຢັນສົ່ງແລ້ວ”.

POD ແລະ ການຊຳລະ 1 2 3
POD + ການຊຳລະ + ຢືນຢັນສົ່ງແລ້ວ
1

ຫຼັກຖານການສົ່ງ (POD)

ຖ່າຍຮູບ/ເລືອກຮູບຖັງສົ່ງ ແລະ ໃຫ້ລູກຄ້າເຊັນ (ບໍ່ບັງຄັບ).

2

ວິທີການຊຳລະ

ເລືອກ: ເງິນສົດ · QR · ໂອນທະນາຄານ · ຕິດໜີ້ · ສະໝັກສະໝຸນ.

3

ປຸ່ມ “ຢືນຢັນສົ່ງແລ້ວ”

ກົດເມື່ອຂໍ້ມູນຄົບ — ຖືວ່າສົ່ງ order ນີ້ສຳເລັດ.

6 ປຸ່ມ “ສົ່ງບໍ່ໄດ້”

ໃຊ້ກໍລະນີ ສົ່ງບໍ່ໄດ້ ເຊັ່ນ ລູກຄ້າບໍ່ຢູ່ບ້ານ, ທາງຕັນ, ມີເຫດການທີ່ເຮັດໃຫ້ສົ່ງບໍ່ໄດ້ — ແຕ່ ບໍ່ໄດ້ໝາຍຄວາມວ່າລູກຄ້າຈະບໍ່ເອົາ. ເມື່ອຢືນຢັນແລ້ວ ພໍປິດຮອບສົ່ງ order ນີ້ຈະໄປຢູ່ໃນແຖບ “ຄ້າງສົ່ງ” ໃຫ້ແອັດມິນຕັດສິນໃຈເລື່ອນ ຫຼື ຍົກເລີກພາຍຫຼັງ.

ບັນທຶກສົ່ງບໍ່ໄດ້ 1 2
ບັນທຶກສົ່ງບໍ່ໄດ້
1

ເລືອກເຫດຜົນ

ເຊັ່ນ ລູກຄ້າບໍ່ຢູ່ບ້ານ, ລູກຄ້າປະຕິເສດ, ທີ່ຢູ່ຜິດ, ເຂົ້າບໍ່ໄດ້/ທາງຕັນ, ສິນຄ້າເສຍຫາຍ, ປະຕິເສດການຊຳລະ, ອື່ນໆ. ໃສ່ລາຍລະອຽດເພີ່ມໄດ້.

2

ປຸ່ມ “ຢືນຢັນສົ່ງບໍ່ໄດ້”

ກົດຢືນຢັນ — order ຈະເຂົ້າແຖບ “ຄ້າງສົ່ງ”.

7 ປຸ່ມ “ຍົກເລີກ”

ໃຊ້ເມື່ອຕ້ອງການ ຍົກເລີກ order ນີ້. ການຍົກເລີກຈະປິດ order ຖາວອນ ບໍ່ສາມາດເຮັດຄືນໄດ້ — ໃຊ້ເມື່ອແນ່ໃຈເທົ່ານັ້ນ.

ຍົກເລີກອໍເດີ 1 2
ຍົກເລີກອໍເດີ
1

ເລືອກເຫດຜົນ

ເຊັ່ນ ລູກຄ້າຍົກເລີກ/ບໍ່ເອົາແລ້ວ, ລູກຄ້າຍ້າຍບ້ານ, ລູກຄ້າປ່ຽນຜູ້ສະໜອງ, ອື່ນໆ.

2

ປຸ່ມ “ຢືນຢັນຍົກເລີກ”

ກົດຢືນຢັນ — order ຖືກປິດຖາວອນ (ກົດໄດ້ເມື່ອແນ່ໃຈ).

8 ພິມບີນ ໃຫ້ລູກຄ້າ

ຫຼັງກົດ “ຢືນຢັນສົ່ງແລ້ວ” (ຢືນຢັນການຂາຍ) order ຈະຍ້າຍໄປຢູ່ໃນແຖບ “ສຳເລັດ”. ຫາກຕ້ອງການພິມບີນໃຫ້ລູກຄ້າ ໃຫ້ເລືອກ order ນັ້ນ ແລ້ວກົດປຸ່ມ “ພິມບີນ”.

8.1 ເລືອກ order ໃນແຖບ “ສຳເລັດ”: ໃນໜ້າແຜນສົ່ງ ສະຫຼັບໄປແຖບ ສຳເລັດ ແລ້ວກົດເຂົ້າ order ທີ່ຕ້ອງການ.

ແຖບສຳເລັດ — ເລືອກ order 1 2
ແຖບ ສຳເລັດ
1

ແຖບ “ສຳເລັດ”

order ທີ່ຢືນຢັນຂາຍແລ້ວຈະມາຢູ່ທີ່ນີ້ (ພ້ອມເຄື່ອງໝາຍຕິກຂຽວ ✔).

2

ເລືອກ order

ກົດເຂົ້າໄປທີ່ order ທີ່ຕ້ອງການພິມບີນ.

8.2 ກົດປຸ່ມ “ພິມບີນ”: ໃນໜ້າລາຍລະອຽດ order ທີ່ສຳເລັດ ເລື່ອນລົງລຸ່ມສຸດ ຈະເຫັນປຸ່ມ “ພິມບີນ” — ກົດເພື່ອພິມໃບບີນໃຫ້ລູກຄ້າ. (ປຸ່ມ “ແກ້ໄຂການບັນທຶກ” ດ້ານເທິງໃຊ້ແກ້ຂໍ້ມູນການສົ່ງຫາກປ້ອນຜິດ).

ປຸ່ມພິມບີນ 1 2
ລາຍລະອຽດ order ສຳເລັດ
1

ແກ້ໄຂການບັນທຶກ

(ທາງເລືອກ) ແກ້ຂໍ້ມູນການສົ່ງຫາກປ້ອນຜິດ.

2

ປຸ່ມ “ພິມບີນ”

ກົດເພື່ອພິມໃບບີນໃຫ້ລູກຄ້າ — ສຳເລັດຂັ້ນຕອນການຂາຍ.

ສະຫຼຸບແຜນສົ່ງ: ເມນູ → ແຜນສົ່ງ → ເບິ່ງແຜນມື້ນີ້ → ເລີ່ມຈັດສົ່ງ → ເປີດ order → ເລືອກ 1 ໃນ 3 ປຸ່ມ: ບັນທຶກການສົ່ງ (ສົ່ງສຳເລັດ) · ສົ່ງບໍ່ໄດ້ (ເຂົ້າຄ້າງສົ່ງ) · ຍົກເລີກ (ປິດຖາວອນ) → order ສຳເລັດ → ພິມບີນ ໃຫ້ລູກຄ້າ.